Monday, February 6, 2017

ສັງບວມປື້ມແບບການສົ່ງເສີມຊາວກະສິກອນ


ວຽກບ້ານ5
   I.     ສະຫຼຸບສັງລວມການຕິດຕາມຊຸກຍູ້ຂະບວນວການຝຶກ-ສົ່ງເສີມຊາວກະສິກອນ.
1.  ຈຸດປະສົງ
-    ເພື່ອໃຫ້ຄູຝຶກ ແຕ່ລະລະດັບ ເຫັນໄດ້ຄວາມໜາຍຄວາມສຳຄັນຂອງການຊຸກຍູ້ຂະບວນການຝຶກທີ່ມີຕໍ່ກຸ່ມເປົ້າໜາຍ ແລະ ຕົນເອງພ້ອມທີມງານ.
-    ຮູບອົງປະກອບ ແລະໜ້າວຽກຂອງການຕິດຕາມຊຸກຍູ້ພ້ອມທັງວິທີການປະຕິບັດແຕ່ລະຂັ້ນຕອນ ໄດ້ຢ່າງເໜາະສົມ.
-    ຮູ້ໄດ້ບັນດາປະເພດຂໍ້ມູນທີ່ສຳຄັນຕ້ອງໄດ້ມີການບັນທຶກຈົດຈຳ ແລະ ນຳມາວິເຄາະເພື່ອເຫັນໄດ້ຈຸດດີ,ຈຸດອ່ອນ,ຂໍ້ຄົງຄ້າງ ໃນການປະຕິບັດຂະບວນການຝຶກອົບຮົມ ຂອງພະນັກງານສົ່ງເສີມ.
2.  ຄວາມໜາຍຄວາມສຳຄັນ
ການຕິດຕາມຊຸກຍູ້ຂະບວນການຝຶກ-ສົ່ງເສີມຊາວກະສິກອນເປັນວິທີການໜຶ່ງທີມີຄວາມສຳຄັນຈະຂາດບໍ່ໄດ້ເພື່ອເປັນການຕິດຕາມສິ່ງທີ່ເຮົາໄດ້ໃຫ້ເຂົາເຈົ້າລົງມືເຮັດເພື່ອຕິດຕາມຄວາມກ້າວໜ້າຂອງວຽກງານ ແລະ ບໍ່ສຳເລັດໃນການປະຕິບັດວຽກງານ ເພື່ອຈະມີການແກ້ໄຂ ຈຸດທີ່ເປັນບັນຫາໄດ້ ຖ້າວຽກດຳເນີນໄປດ້ວຍດີ ເຮົາຈະຕ້ອງຊ່ວຍສົ່ງເສີມ ເພື່ອໃຫ້ວຽກມີການດຳເນີນໄປດ້ວຍດີ.
3. ອົງປະກອບຂອງການຕິດຕາມຊູກຍູ້
ການຊູກຍູ້ຕິດຕາມທີ່ກໍ່ໃຫ້ເກິດປະສິດທີ່ພາບໄດ້ນັ້ນ.ຜູ້ທໍາການຕິດຕາມຄວນກໍາໄດ້ສ່ວນປະກອບຕ່າງໆຂອງວຽກງານດັ່ງກ່າວ.
-    ຈຸດປະສົງຂາດໜາຍຂອງການຕິດຕາມຊູກຍູ້ ຂະບວນການຝືກມີຢ່າງໃດ
-    ໜ້າທີ່ ແລະ ຄວາມຮັບຜິດຊອບຂອງກຸ່ມເປົ້າໜາຍໄດ້ຮັບເພື່ອສິບຕໍ່ປະຕິບັດຫຼັງຝືກແລ້ວມີອັນໃດແດ່
-    ພຶດຕິກໍາ ( KAS ) ເພື່ອສະແດງອອກໃນການປະຕິບັດວຽກງານກຸ່ມເປົ້າໜາຍ
-    ການສະໜັບສະໜູນທີ່ກຸ່ມເປົ້າໜາຍ ໄດ້ຮັບຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ.
-    ການກໍານົດຈຸດປະສົງຄາດໜາຍຂອງການຕິດຕາມຊູກຍູ້ ແມ່ນກ່ຽວຂ້ອງກັບບຸກຄົນອິກຝ່າຍນື່ງຄື:  (ຜູ້ຕິດຕາມ ) ເພື່ອໃຫ້ເກິດການປະບັດບົດບາດໜ້າທີທີ່ໄດ້ຮັບມອບໜາຍມີປະສິດທີພາບຂື້ນເປັນກ້າວໆ.
-    ຢ່າງໃດກໍ່ດີການທີ່ຜູ້ຖືກຕິດຕາມປະຕິບັດໜ້າທີ່ໄດ້ຢ່າງມີຄວາມໜັ້ນໃຈກໍຕໍ່ເມືອເຂົາເຈົ້າໄດ້ມີໂອກາດ,ມີການຊີ້ນໍາຢ່າງໃກ້ຊິດມີເງື່ອນໄຂສະດວກທີ່ຈໍາເປັນ ສິ່ງເຫຼົ່ານີ້ມີຄວາມກ່ຽວພັນກັບອີກກຸ່ມຄົນຝ່າຍໜື່ງທີ່ເປັນຜູ້ບໍລິຫານ ແລະ ບຸກຄົນທີ່ກ່ຽວຂ້ອງໃນອົງການຈັດຕັ້ງຕົ້ນສັງກັດ.
Oval: ຈຸດປະສົງຄາດໜາຍຂອງການຕິດຕາມເຮັດໃຫ້ KAS ຂອງຜູ້ຖືກຕິດຕາມ/ສໍາມະນາກອນຖືກປັບປຸງ.ຜູ້ຕິດຕາມ/ວິທະຍາກອນ


ໜ້າທີ່ຄວາມຮັບຜິີດຊອບ                                      ພຶດຕິກຳສະແດງອອກຕົວຈິງ

    
                            ການສະໜັບສະໜູນຕ່າງໆ
Ø  ແຜນວາດຄວາມສໍາພັນຂອງອົງປະກອບຕິດຕາມຊູກຍູ້ ຂະບວນການຝືກອົບຮົມ ( ຮູບ 2 )
1.   ຈາກແຜນວາດສະແດງໃຫ້ເຫັນວ່າຜູ້ເຮັດໜ້າທີ່ຕິດຕາມຕ້ອງໄດ້ເຂົ້າໃຈຢ່າງໜັກແໜ້ນວ່າເປົ້າໜາຍສຸດທ້າຍຂອງການຕິດຕາມດເຮັດໃຫ້ກຸ່ມເປົ້າໜາຍມີຄວາມຮູ້ຄວາມສໍານີສໍານານ ແລະ ທັດສະນະຄະຕິໃນວຍກງານດີຂື້ນ.
2.   ປະສິດທີ່ພາບໃນການປະຕິບັດໜ້າທີ່ຕ່າງໆນັ້ນຕ້ອງສະແດງອອກໃນພຶດຕິກໍາຕົວຈິງຂອງຜູ້ຖືກຕິດຕາມເຊັ່ນ:
-    ການກໍານົດແຜນການຂອງຜູ້ກ່ຽວ ຫຼື ຂອງທິມງານ
-    ການຈັດແບ່ງໜ້າທີ່ໃນທິມງານເພື່ອປະຕິບັດຂະບວນການຝືກ ຫຼື ໜ້າວຽກອື່ນໆ.
-    ການຈັດຕັ້ງໜ້າທີ່ໃນທິມງານເພື່ອປະຕິບັດຂະບວນການຝືກຂອງແຕ່ລະຄົນໃນທິມງານ ແລະ ໃນແຕ່ລະຫົວຂໍ້ບົດຝືກການປະສານງານ
-    ການຈັດຕັ້ງການຝືກທົ່ວໄປຂອງທິມງານ ຫຼື ໜ້າວຽກຂອງແຕ່ລະຄົນ.
3.   ອິກຢ່າງຜູ້ເຮັດໜ້າທີ່ຕິດຕາມຊູກຍູ້ຕ້ອງເບິ່ງເລີກເຂົ້າໄປໃຫ້ເຫັນການສະໜັບສະໜູນເງື່ອນໄຂຕ່າງໆເພື່ອກໍ່ໃຫ້ເກິດການປະຕິບັດໜ້າທີ່ຂອງກຸ່ມເປົ້າໜາຍແນ່ໃສ່ຕິລາຄາໄດ້ຄວາມອາດສາມາດຂອງພະນັກງານປະຊາຊົນທີປະຕິບັດໜ້າທີຜົນງານທີ່ອອກມາບັນຫາທີ່ເກິດຂື້ນເມື່ອທຽບກັບເງື່ອນໄຂໄດ້ຮັບ.
   3.1 ກິດຈະກໍາ
     ເພຶອເກັບກໍາສະພາບໄດ້ ແລະ ສາມາດຕີລາຄາຜົນການນໍາເອົາຄວາມຮູ້ ຄວາມສາມາດຂອງສໍາມະນາກອນໄປໃຊ້ເຂົ້າໃນວຽກງານຕົວຈິງການຕິດຕາມຊູກຍູ້ປະກອບມີກິດຈະກໍາທີ່ສໍາຄັນຕ້ອງໄດ້ຈັດຕັ້ງປະຕິບັດມີຄື:
-    ກະກຽມ ແລະ ຈັດຕັ້ງທິມງານຕິດຕາມ
-    ການກໍານົດຈຸດປະສົງຄາດໜາຍຮ່ວມກັນ
-    ວາງແຜນລົງຕິດຕາມ ແລະ ກໍານົດງົບປະມານ
-    ກະກຽມເອກະສານແນະນໍາ ແລະ ບັນດາເຄື່ອງມື ເພຶ່ອເກັບກໍາຂໍ້ມູນທີ່ກ່ຽວຂ້ອງຕ່າງໆ.
-    ຈັດແບ່ງໜ້າທີ່ຮັບຜິດຊອບຂອງທິມງານ
-    ປະສານສົມທົບ ແລະ ຈັດຕັ້ງປະຕິບັດ ແຜນການຕາມທີ່ໄດ້ວາງໄວ້.
3.2 ຂັ້ນຕອນ, ວິທີ່ການ ແລະ ເຄື່ອງມືການປະຕິບັດ
ປະກອບມີ 3 ຂັ້ນຕອນທີສໍາຄັນຄື:
- ຂັ້ນຕອນກະກຽມ(ວຽກໃນຫ້ອງການ)
- ຂັ້ນຕອນລົງພາກສະໜາມຕົວຈີງ
- ຂັ້ນຕອນການສັງລວມ, ວິເຄາະຂໍ້ມູນ ແລະ ການຂຽນບົດລາຍງານ
3.3 ວິທີການລະອຽດ
1. ໃນຂັ້ນຕອນກະກຽມ, ເຊີ່ງເປັນວຽກໃນຫ້ອງການແຕ່ມີຄວາມສໍາຄັນຢ່າຍີ່ງ ເພາະວ່າມັນຮຽກຮ້ອງໃຫ້ບຸກຄົນ ແລະ ທີມງານຕ້ອງໄດ້ມີການກະກຽມທີ່ໃນມີຄວາມພ້ອມທຸກຢ່າງກອນການລົງມືປະຕິບັດ.
2 ຂັ້ນຕອນການລົງພາກສະໜາມຕົວຈີງ, ການຕິດຕາມຊຸກຍູ້ປະກອບມີວິທີ່ການປະຕິບັດລະອຽດຄື
- ແຈ່ງຈຸດປະສັງ ກຸ່ມເປົ່າໝາຍ ແລະອົງການຈັດຕັ້ງຂອງກຸ່ມເປົ່າໝາຍ ແລະ ເວລາປະຕິບັດ
- ສົມທົບປະສານເບິງແຜ່ນທີ່ເປົ່າໝາຍດໍາເນິນການຈັດຕັ້ງປະຕິບັດແນ່ໃສການເຮັດໃຫ້ຈັດຕັ້ງປະຕິບັດມີການຄ່ອງຕົວ
- ໃຫ້ການສັງເກດ ແລະ ຂໍ້ແນະນໍາ ຕໍ່ແຜ່ນຝຶກ ແລະ ວິທີການດໍາເນິນບົດຝຶກ ຫຼື  ແຕ່ລະໜ້າວຽກ, ຖ້າເຫັນມີວາຈໍາເປັນ ເຊັ້່ນ: ເນື່ອໃນ, ວິທີກ່ນຝຶກ, ການໃຊ້ສື, ແລະ ອຸປະກອນ ,ເວລາ.
- ສີງທີ່ຕ້ອງສັງເກດ ແລະ ບັນທຶກປະກອບມີ:
·         3 ກຸ່ມເປົ່່່າໝາຍ: 1 ຜູ້ຂື້ນຝຶກ, 2 ທີມງານ, 3 ຜູ້ຮັບເຂົ້າຝຶກ
- ຮວມສົນທະນາ ແລະ ໃຫ້ສັງເກດເເນະນໍາທີ່ເຫັນໄດ້ຈາກການປະຕິບັດວຽກງານການຝຶກຂອງກຸ່ມເປົ່າໝາຍຢ່າງເປັນກັນເອງ.
- ໃຫ້ຂໍ້ແນະນໍາ ແລະ ຊຸກຍູ້ກຸ່ມເປົ່າໝາຍໃຫ້ປະເມີນຖອດຖອນບົດຮຽນ ແລະ ລາຍງາຍຈາກການສໍາເລດການຈັດຕັັັ້ງປະຕິບັດວຽກ
- ສັງຮວມຂໍ້ມູນທີ່ເກັບກໍາໄດ້ພາຍໃນທີມຜູ້ຕິດຕາມ ແລະ ຖ້າມີຄວາມຈໍາເປັນຕ້ອງລວບຶກສາສົນທະນາ(wrap).
3 ພາຍໃນທີມງານລົງຕິດຕາມ ແລະ ຜູ້ກຽ່ວຂ້ອງຕ່າງຕ້ອງມີການສັງລວມຕິລາຄ່າຜົນປະຕິບັດວຽກງານການຕິດຕາມນັ້ນຄວນປະກອບມີປະເດັນກິດຈະກໍາສໍາຄັນທີ່ຕ້ອງປຶກສາສົນທະນາດົ່ງນີ້
- ສັງລວມຕິິລາຄ່າກິດຈະກໍາ ແລະເວລາທີ່ທີມງານໄດ້ຈັດຕັ້ງປະຕີບັດໃນການຕິດຕາມຊຸກຍູ້ທຽບໃສ່ແຜນການວາງໄວ້
- ສັງຮວມຕິລ່າຄ່າຜົນການຈັດຕັ້ງປະບັດວຽກງານຂອງກຸ້ມເປົ້າໝາຍທຽບໃສ່ແຜນການຂອງເຂົ້າເຈົ້າທີ່ວາງໄວ້.
- ສັງຮວມຕິລາຄ່າເງືອນໄຂ ແລະ ການສະໜັບສະໜຸນທີ່ກຸ້ມເປົ່າໝາຍ ທີ່ມີ ແລະ ໄດ້ຮັບຈາກອົງການຈັດຕັ້ງທີ່ຕົ້ນສັງກັດ.
- ທັບທວນຕິລາຄ່າຫຼັກສູດ / ຄວາມຮູ້ ຄວາມສາມາດໃນການຝຶກອົບຮົມທີ່ຖາຍຖອດໃຫ້ຈາກຄູຝຶກໄປສູ້ກຸ່ມເປົ້າໝາຍ.
- ຮວການກໍານົດຄວາມຕ້ອງການໃຫ້ຝຶກ (TNA)  ຂອງກຸ່ມເປົ້າໝາຍເພີມເຕີມເພື່ອກໍານົດຫຼັກສຸດຝືກ ແລະ ສະໜັບສະໜຸນເພີນເຕີມ.
4. ການສ້າງເຄື່ອງມື.
ການຕິດຕາມຊຸກຍູ້ ແມ່ນກິດຈະກຳສຳຄັນອັນໜຶ່ງໃນອົງປະກອບຂອງການຄຸ້ມຄອງບໍລິຫານ ຫຼື ການຈັດການ( Manageman ) ເພາະເປັນກິດຈະກຳທີ່ຊ່ວຍໃຫ້ຝ່າຍຕິດຕາມ (ຝ່າຍບໍລິຫານ) ມີຂໍ້ມູນຜົນງານການຈັດຕັງປະຕິບັດແຜນການຂອງກຸ່ມເປົ້າໜາຍ ຫຼື ຂອງໂຄງການໄດ້ຢ່າງເປັນລະບົບ. ດັ່ງນັ້ນ ການສ້າງເຄື່ອງມື ເພື່ອເກັບກຳສະພາບການເຄື່ອນໄຫວວຽກງານ ຂອງກຸ່ມເປົ້າໜາຍ ຈຶ່ງເປັນຂໍກຸນແຈເພື່ອກ້າວເຂົ້າສູ້ຄວາມມີປະສິດທິພາບຂອງວຽກງານການຕິດຕາມການຊຸກຍູ້ຂະບວວນການຝຶກອົບຮົມ.
ການຕິດຕາມຂໍ້ມູນມີຢູ່ 4 ປະເພດຂຶ້ນກັບລະດັບຄວາມຕ້ອງການຂໍ້ມູນ:
1.   ຂໍ້ມູນທາງສະຖິຕິ: ແມ່ນຂໍ້ມູນທີ່ເກັບກຳໄວ້ກ່ອນ ແລະ ມີຫົວໜ່ວຍວັດແທກທີຊັດເຈນເຊັ່ນ: ໂຄງການ ຊປທ, ຂະໜາດຄອງເໜື່ອງ, ຫົວງານ...
2.   ຂໍ້ມູນການຈັດຕັ້ງປະຕິບັດ: ແມ່ນຂໍ້ມູນທີ່ກ່ຽວຂ້ອງກັບຄວາມຮູ້ຄວາມສາມາດ ແລະ ທັດສະນະຂອງຄົນໃນການຈັດຕັ້ງປະຕິບັດ ເຊັ່ນ: ການສ້າງແຜນ, ການຈັດຕັ້ງທີມງານ, ກຳນົດກຸ່ມເປົ້າໜາາຍ...
3.   ຂໍ້ມູນການນຳໃຊ້ຜັນຂະຫຍາຍແມ່ນການນຳຄວາມຮູ້ເຕັກໂນໂລຊີທ່ີໄດ້ຮັບຈາກການຝຶກອົບຮົມເຂົ້າໄປນຳໃຊ້ໃນການຜະລິດເຊັ່ນ: ການຫັນມານຳໃຊ້ປັດໄຈການຜະລິດໃໜ່, ການເພີ່ມກິດຈະກຳໃນການຜະລິດ, ທັດສະນະຕໍ່ສິ່ງທີ່ເກີດຂຶ້ນໃໜ່...
4.   ຂໍ້ມູນຜົນກະທົບສະແດງໃຫ້ເຫັນຜົນຮັບທາງບວກ ແລະ ທາງລົບ ໂດຍການນຳໃຊ້ຄວາມຮູ້ເຕັກໂນໂລຊີໃນໄລຍະເວລາໃດໜຶ່ງ ແລະ ເວລາທີ່ຍາວນານໂດຍລວມທາງກາຍະພາບເສດຖະກິດສັງຄົມ, ວັດທະນະທຳ ແລະ ສິ່ງແວດລ້ອມ.
ດັ່ງນັ້ນຕ້ອງກຳແໜ້ນຫຼັກການຄື:
-    ແມ່ນຫຍັງຕ້ອງເກັບກຳ
-    ເກັບກຳດ້ວຍວິທີໃດແດ່
-    ເກັບກຳເວລາໃດ
-    ເກັບກຳຈາກໃຜ
-    ໃຜເປັນຜູ້ເກັບກຳ
-    ໃຜເປັນຜູ້ລຽບລຽງວິເຄາະ
-    ມີໃຜຈະເປັນຜູ້ນຳຂໍ້ມູນໄປໃຊ້
ຈຸດປະສົງຄາດໜາຍໃນການຕິດຕາມ, ຮູ້ໄດ້ກຸ່ມບຸກຄົນເປົ້າໜາຍໃນແຕ່ລະອົງປະກອບຂອງວຽກງານການຕິດຕາມ, ປະເພດຂໍ້ມູນທີ່ຕ້ອງການ ແລະ ຫຼັກການໃນການເກັບກຳຢ່າງໜັກແໜ້ນແລ້ວ, ແບບຟ້ອມສອບຖາມ, ແບບສຳພາດ, ແລະ ບັນຊີຄຳຖາມຕ່າງໆ. ນອກຈາກນັ້ນ ກໍ່ຍັງເປັນຄັງຂໍ້ມູນທີ່ດີສຳລັບຜູ້ທີ່ເຮັດນ້າທີ່ລຽບລຽງວິເຄາະ ແລະ ກໍ່ຍັງເປັນການຢັ້ງຢືນເຖິງປະສິດທິພາບຂອງໂຄງການຝຶກອົບຮົມ-ສົ່ງເສີມໄດ້ຢ່າງແທ້ຈິງອີກດ້ວຍ.
5. ເຄື່ອງມືສຳລັບການນຳໃຊ້ເຂົ້າໃນການຕິດຕາມຊຸກຍູ້ຂະບວນ ການຝຶກ ແລະ ສົ່ງເສີມ.
  ແບບຟອມທີ່ນຳໄປໃຊ້ ເພື່ອຕິດຕາມສົ່ງເສີມຊາວກະສິກອນ ແມ່ນພັດທະນາຂື້ນໂດຍໂຄງການ  LEAP/CETDU ມີຂໍ້ມູນລາຍລະອຽດດັ່ງນີ້:
SIFT
Ø  S: ສິ່ງທີ່ຕ້ອງໄດ້ປະຕິບັດ(ຜ່ານມາ)
Ø  I : ສິ່ງທີ່ຕ້ອງໄດ້ປະຕິບັດ (ຕໍ່ໜ້າ)
Ø  F:ສິ່ງທີ່ຍັງຄົ່ງຄ້າງ.
Ø  T:ຄວາມຕ້ອງການ ການຝຶກອົບຮົມ.
5.1. ວິທີການນໍາໃຊ້.
 1. ກວດຄືນບັນຫາ ແລະ ຄວາມຕ້ອງການຂອງກຸ່ມເປົ້າໝາຍ.
  2. ໃຊ້ແບບຟອມ SIFT ເປັນເຄື່ອງມືໃນການກວດກາຜົນການຈັດຕັ້ງປະຕິບັດກິດຈະກຳ. ເພື່ອກວດສອບກ່ຽວກັບບັນຫາ:
·         ເງື່ອນໄຂທີ່ເຮັດໃຫ້ກຸ່ມເປົ້າໝາຍບໍ່ສາມາດເຮັດໄດ້.
·         ສາເຫດທີ່ກໍ່ໃຫ້ເກີດຄວາມລົ້ມເຫຼວ.
·         ຄວາມຕ້ອງການ ການແນະນຳຈາກພະນັກງານ ພາຍຫຼັງໝົດໄລຍະຂອງໂຄງການ.
3. ການສະຫຼຸບໃຈຄວາມ ພາຍຫຼັງທີ່ຈົບການນໍາສະເໜີກ່ຽວກັບປະເດັນຕ່າງໆ ເພື່ອນໍາມາວິເຄາະ ແລະ ວິໃຈ ເພື່ອກໍ່ໃຫ້ເກີດມີຄວາມເອກະພາບກັນ.
4. ກໍລະນີການນໍາໃຊ້ເຄື່ອງມີ SIFT ບໍ່ໄດ້ຜົນ ແມ່ນສາມາດນໍາໃຊ້ເຄື່ອງມືອື່ນເຂົ້າມາຊ່ວຍໃນການວິເຄາະບັນຫາ ເຊັ່ນວ່າ:ເຄື່ອງມືໃນການວິເຄາະອຸປະສັກ.
5. ການວາງກອບຄໍາຖາມ ເພື່ອໃຫ້ກຸ່ມເປົ້າໝາຍສາມາດມີຄວາມເຂົ້າໃຈສູງ ໃນເວລາທີ່ອ່ານ ແລະ ເຮັດໃຫ້ເຂົາເຈົ້າສາມາດເຂົ້າໃຈເລື່ອງລາວ ພະນັກງານສົ່ງເສີມຕ້ອງຄຳນືງບັນຫາ 4 ຢ່າງຄື:
·         ທ່າແຮງອັນໃດ ຫຼື ສິ່ງໃດທີ່ຈະໃຫ້ກຸ່ມເປົ້າໝາຍເຮັດໄດ້.
·         ຊີ້ໃຫ້ເຫັນຈຸດຢືນຂອງເຂົາເຈົ້າວ່າອັນໃດແມ່ນຕົວວັດແທກ ທີ່ຈະກໍ່ໃຫ້ເກີດຄວາມເຂົ້າໃຈ ເພື່ອນຳໃຊ້ໃຫ້ມີຜົນສຳເລັດ.
·         ວາງເປົ້າໝາຍ ໃຫ້ເຂົາເຈົ້າເພື່ອເຮັດໃຫ້ເປົ້າໝາຍເຫັນໄດ້ເຖີງຄວາມຊັດເຈນຂອງຜົນຕອບແທນ ຫຼື ຜົນໄດ້ຮັບ.
·         ຍົກປະເດັນຕົວວັດແທກ ທີ່ຈະເຮັດໃຫ້ຜົນໄດ້ຮັບສູງ.

ພາກທີ 2
ທາງເລືອກໃນການປັບປຸງ ແລະ ພັດທະນາລະບົບການສົ່ງເສີມກະສິກຳ.
v  ຫລັກການປະຕິບັດວຽກງານການສົ່ງເສີມກະສິກຳປ່າໄມ້ແມ່ນ:
-       ເຮັດໃຫ້ຊາວກະສິກອນຮູ້ຈັກຊ່ວຍເຫຼືອຕົນເອງ ແລະ ສາມາດນຳໃຊ້ເຕັກໂນໂລຊີເຂົ້າກັບສະພາບເງື່ອນໄຂ ແລະຊັບພະຍາກອນທີ່ມີ.
-       ຖ່າຍທອດເອເລັກໂຕນິກ ແລະ ຄວາມຮູ້ທາງດ້ານເຕັກໂນໂລຊີ ຈາກຜົນສຳເລັດຂອງການຄົ້ນຄວ້າທົດລອງ ແລະ ຂໍ້ມູນຂ່າວສານກ່ຽວກັບການຜະລິດກະສິກຳແລະປ່າໄມ້.
-       ການປຶກສາ ແລະ ການບໍລິການທາງດ້ານເຕັກນິກວິຊາການ.
ສະນັ້ນ ການພັດທະນາກຳລັງການຜະລິດນີ້ກໍເປັນອີກສ່ວນໜຶ່ງທີ່ເປັນການຍູ້ແຮງພັກ ຈົນເຮັດໃຫ້ ແຂວງ ແລະ ເມືອງມີຄວາມຄິດຄວາມເຫັນໃນແນວທາງດຳເນີນການປັບປຸງ ແລະ ຈັດຕັ້ງປະຕິບັດວຽກງານ ການສົ່ງເລີມໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ.
2.1. ດ້ານຍຸດທະສາດ ແລະ ຫຼັກການລວມ.
ກ. ຕ້ອງເຮັດໃຫ້ພະນັກງານຄຸ້ມຄອງວຽກງານສົ່ງເສີມລວມທັງຜູ້ປະຕິບັດຕົວຈິງ ຕ້ອງມີຄວາມເຂົ້າໃຈຕໍ່ກັບເປົ້າໝາຍ ແລະ ໜ້າທີ່ຂອງວຽກງານການສົ່ງເສີມຂອງພວກເຮົາ.
ຂ. ຄວນອອກແຮງງານໃນທຸກດ້ານ ເພື່ອໃຫ້ທຸກພາກສ່ວນ ແລະ ທຸກຄົນທີ່ກ່ຽວຂ້ອງ ແລະ ເຂົ້າໃຈໃນໜ້າທີ່  ລວມອັນສຳຄັນຂອງການປັບປຸງວຽກງານສົ່ງເສີມກະສິກຳ - ປ່າໄມ້ ໃນຊ່ວງໃກ້ ແລະ ກາງມີຄື:
-       ບໍ່ວ່າຈະດ້ວຍວິທີໃດກໍຕາມຕ້ອງເຮັດໃຫ້ບຸກຄະລາກອນທີ່ເຮັດວຽກງານສົ່ງເສີມຝຶກອົບຮົມມີທັດສະນະທີ່ຖືກຕ້ອງ, ກຳນົດເປົ້າໝາຍ ແລະໜ້າທີ່ຕົ້ນຕໍຂອງການເຮັດວຽກ, ເພື່ອຈັດຕັ້ງຜັນຂະຫຍາຍແຜນງານ ແລະແນວທາງການກະສິກຳ ຂອງຂະແໜງກະສິກຳ ແລະປ່າໄມ້.
-       ເຮັດໜ້າທີ່ປັບປຸງແຜນວິທີການໃນທຸກລະດັບ ແຕ່ສູນກາງຮອດທ້ອງຖິ່ນ ໂດຍຖືເອົາວຽກງານການຝຶກອົບຮົມ ຄຽງຄູ່ໄປກັບການສະຫນັບສະຫນູນ, ສະໜອງການສາທິດ ແລະການປະຕິບັດຕົວຈິງ.
-       ເພື່ອເພີ່ມຄວາມຮູ້, ຄວາມສາມາດທີ່ເປັນພື້ນຖານໃນວຽກງານການຝຶກອົບຮົມ ແລະຈັດຕັ້ງຜັນຂະຫຍາຍບົດຮຽນໃຫ້ແກ່ພະນັກງານກະສິກຳທີ່ກ່ຽວຂ້ອງ.
-       ປະສານງານສົມທົບຢ່າງໃກ້ຊິດກັບການພັດທະນາວິຊາການສະເພາະດ້ານ.
-       ປັບປຸງກົນໄກການຄຸ້ມຄອງວຽກງານການຝຶກອົບຮົມ (ແຕ່ສູນກາງ, ແຂວງ, ເມືອງ, ບ້ານ).
-       ຊຸກຍູ້ຊາວກະສິກອນໃຫ້ມີການຈັດຕັ້ງໃຫ້ມີກຸ່ມຜະລິດທີ່ມີຄວາມເຂັ້ມແຂງ ແລະຂະຫຍາຍວິຊາການພາຍໃນບ້ານ.
-       ປະສານງານ - ຊຸກຍູ້ - ເອື້ອອຳນວຍໃຫ້ເກີດ, ຫົວໜ່ວຍເກັບຊື້/ປັບປຸງ ແລະຈຳໜ່າຍຜະລິດຕະພັນ.
2.2. ຮູບແບບ/ວິທີການການປັບປຸງຕົວຈິງ.
ກົນໄກການຄຸ້ມຄອງປະສານງານ ຄວນຈະຖືກປັບປຸງໃຫ້ມີຕາມສະພາວະຄວາມເປັນຈິງ ໃນໄລະຍະໄກ້ ແລະກາງ ນີ້ແມ່ນເລັ່ງສ້າງໃຫ້ມີໜໍ່ແໜງໜ່ວຍຊຸກຍູ້ສົ່ງເສີມ ຝຶກອົບຮົມໃນທຸກລະດັບຂັ້ນການຄຸ້ມຄອງແຕ່ສູນກາງລົງຮອດເມືອງ. ເພື່ອກ້າວໄປເຖິງການປັບປຸງທັງໝົດ. ການຄຸ້ມຄອງວຽກງານການສົ່ງເສີມໃນທຸກລະດັບມີຄວາມຈຳເປັນຕ້ອງໄດ້ຍົກສູງ ແລະປັບປຸງແຜນວິທີດຳເນີນວຽກງານໃຫ້ມີຄວາມສອດຄ່ອງກັບສະພາບຄວາມຕ້ອງການຕົວຈິງຂອງຊາວບ້ານ ກໍຄືສະພາບການປ່ຽນແປງໃໝ່.
2.3. ບົດບາດໜ້າທີ່ຂອງໜ່ວຍ ຝສ (ລະດັບສູນກາງ).
-       ກຳນົດຮູບແບບ, ຍຸດທະວິທີໃນວຽກງານຂອງໃນວຽກງານຂອງການຝຶກ ການສົ່ງເສີມກະສິກຳ ແລະ ປ່າໄມ້.
-       ພັດທະນາ, ປັບປຸງສູນລະບົບການຝຶກ, ການສ້າງນັກສົ່ງເສີມຄູຝຶກລະດັບຖັດໄປ.
-       ໄດ້ຝຶກອົບຮົມວິຊາພື້ນຖານໃຫ້ແກ່ຄູເຝິກ, ນັກສົ່ງເສີມລະດັບຖັດໄປຊຸກຍູ້ໃຫ້ແຂວງ ແລະເມືອງມີການເປັນຜູ້ນຳໃນໜ້າທີ່ວຽກງານໃດໜຶ່ງ.
-       ພັດທະນາຂໍ້ແນະນຳ, ວິທີການສ້າງຫຼັກສູດເພື່ອໄປພັດທະນາໃນວຽກງານການສົ່ງເສີມໃຫ້ມີປະສິດທິຜົນ.
-       ການສ້າງຖານລະບົບຂໍ້ມູນການສົ່ງເສີມໃນຂອບເຂດທົ່ວປະເທດ.
-       ປະສານການຝຶກການສົ່ງເສີມທົ່ວໄປ ( ສາຍຕັ້ງ - ຂວາງ ) ໃຫ້ມີແຜນການຝຶກວິຊາສະເພາະຈາກກົມ, ກອງ, ss, ສະຖາບັນຄົ້ນຄວ້າ.,.......ຢ່າງມີລະບົບ.
-       ຕ້ອງກະຕຸກຊຸກຍູ້ ແລະ ປະເມີນຜົນຂອງການຊຸກຍູ້ນັກສົ່ງເສີມ, ທີມນັກສົ່ງເສີມຜູ້ທີ່ເປັນເປົ້າໝາຍ (ສູນກາງ, ແຂວງ, ເມືອງ, ບ້ານ/ຄອບຄົວ)
-       ຕ້ອງນໍາພາຈັດຕັ້ງປະຕິບັດໃຫ້ຂັ້ນແຂວງ, ເມືອງ, ບ້ານ, ກຸ່ມ, ຄອບຄົວ ຕ້ອງດໍາເນີນວຽກງານດ້ວຍຕົນເອງໃນການຮຽນຮູ້ ແລະຖ່າຍຖອດຄວາມຮູ້ຕໍ່ໆໄປ.
-       ເປັນເສນາທິການຢ່າງເປັນທາງການໃຫ້ແກ່ອົງການ ແລະ ຄະນະຊີ້ນຳລະດັບຕົ້ນສັງກັດ.
2.4. ບົດບາດໜ້າທີ່ຂອງໜ່ວຍ ຝສ (ລະດັບແຂວງ).
-       ກຳນົດຍຸດທະສາດ/ວິທີການສົ່ງເສີມກະສິກຳ ແລະປ່າໄມ້ ນຳໃຊ້ຂົ້າສົ່ງເສີມໃນການພັດທະນາລວມຂອງແຂວງ ແລະເມືອງ.
-       ຂັດຈ້ອນ ແລະນຳໃຊ້ຫຼັກສູດລະບົບການຝຶກ ເພື່ອສົ່ງເສີມໃຫ້ຄູຝຶກເມືຶອງພາຍໃນແຂວງ.
-       ຜັນຂະຫຍາຍໃຫ້ລະດັບເມືອງມີການຝຶກ ແລະສ້າງກຸ່ມການຜະລິດໃຫ້ໄດ້ຮັບຜົນທຸກລະດູການ.
-       ຄັດສົມ ແລະພັດທະນາຂໍ້ແນະນຳທາງດ້ານວິຊາການບ້ານ ແລະຊາວກະສິກອນໂດຍທົ່ວໄປ ຕາມສະພາວະຄວາມເປັນຈິງຂອງແຂວງ.
-       ປະສານການຝຶກ/ສົ່ງເສີມເພື່ອໃຫ້ຂະແໜງທີ່ກ່ຽວຂ້ອງເປັນແຂວງເຂົ້າຊ່ວຍໃຫ້ເຫັນສະພາບການ.
-       ຕິດຕາມຊຸກຍູ້ສົ່ງເສີມຂັ້ນບ້ານ ແລະຊາວກະສິກອນ ມີສານຮ່ວມຂອງທຸກຝ່າຍກ່ຽວຂ້ອງ.
-       ນຳພາຈັດຕັ້ງປະຕິບັດ.
-       ເປັນເສນາທິການໃຫ້ແກ່ຂັ້ນເມືອງ ແລະບ້ານ ເມື່ອສ້າງກຸ່ມພັດທະນາ.
2.5. ບົດບາດຂອງໜ່ວຍ ຝສ ເມືອງ.
-       ສຶກສາສະພາບການຜິດໃນໝູ່ບ້ານເປົ້າໝາຍການສົ່ງເສີມຂອງເມືອງ.
-       ວິເຄາະວິໄຈຄວາມຕ້ອງການຕ່າງໆຂອງຊາວກະສິກອນໃນບ້ານເປົ້າໝາຍສົ່ງເສີມແບບຮອບດ້ານ.
-       ກຳນົດແຜນການວິທີການສົ່ງເສີມໃຫ້ຊາວກະສິກອນ.
-       ປັບປຸງຫຼັກສູນການຝຶກອົບຮົມໃຫ້ຊາວກະສິກອນເພື່ອຊ່ວຍໃຫ້ຊາວກະສິກອນແກ້ໄຂບັນຫາທີ່ຈະມີໃນການຜະລິດກະສິກຳໃຫ້ຫຼຸດລົງ.
-       ຊຸກຍູ້ຊາວກະສິກອນໃຫ້ມີການຈັດຕັ້ງເປັນກຸ່ມຜູ້ຜະລິດ.
-       ຈັດຝຶກອົບຮົມຮູບແບບການຄຸ້ມຄອງບໍລິຫານກຸ່ມຜະລິດກະສິກຳ.
-       ສັນຫາຂໍ້ມູນ, ຂໍ້ແນະນຳ.
-       ຈັດຕັ້ງ/ນຳພາ.
-       ຮວບຮວມຕົວເລກສະຖິຕິກ
-       ປະສານສົມທົບກັບແຂວງ, ອົງການຈັດຕັ້ງ.
-       ຕິດຕາມຊຸກຍູ້.
-       ເປັນເສນາທິການໃຫ້ແກ່ອົງກອນ.
ນະໂຍບາຍທີ່ດີຫາກບໍ່ມີການຈັດຕັ້ງທີ່ເຂັ້ມແຂງ ,ຮອງຮັບ ແລະບໍ່ມີຂະບວນການທີ່ເໝາະສົມກະເຮັດໃຫ້ການພັດທະນາວຽກສົ່ງເສີມກະສິກຳ ນອນສະຫງົບນີ້ຢູ່ໃນແຕ່ລະທິດສະດີເທົ່ານັ້ນ.
2.6. ຮູບແບບ ແລະ ກົນໄກໃນການປະຕິບັດວຽກງານສົ່ງເສີມແຕ່ເມືອງລົງຫາບ້ານ.
ການຈັດຕັ້ງກົນໄກຄຸ້ມຄອງ ແລະເຄື່ອນໄຫວວຽກການສ້າງລະບົບສົ່ງເສີມຂັ້ນບ້ານ ຕ້ອງໃຫ້ກ່ຽວຂ້ອງກັບການແບ່ງຄວາມຮັບຜິດຊອບ ແລະຂອບເຂດສິດໜ້າທີ່ຂອງແຕ່ລະເຂດໃຫ້ໄດ້ລະອຽດຈະແຈ້ງ ເພື່ອຫຼຸດຄ່າສິ້ນເປືອງໃນເວລາໄປສົ່ງເສີມຕ້ອງໃຫ້ມີຫ້ອງການປະຈຳແຕ່ລະເຂດກ
ການຈັດຕັ້ງເກັບກຳສະພາບການຜະລິດ, ການຊ່ວຍແກ້ໄຂບັນຫາຂອງຊາວກະສິກອນ ແລະເປັນການສ້າງຄວາມໃກ້ຊິດລະຫວ່າງນັກສົ່ງເສີມກັບຊາວກະສິກອນ ສ້າງຄວາມເຂັ້ມແຂງໃຫ້ແກ່ບ້ານໃຫ້ມີບົດບາດໃນຖານະເປັນຕົວແທນຂອງຊຸມຊົນ ສາມາດໃຫ້ວິຊາການແກ່ເຂດອື່ນ. ນີ້ຈະເປັນການສ້າງຄວາມເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງທ້ອງຖິ່ນ. ທີ່ຈະຕ້ອງເນັ້ນໃສ່ເປັນເຂດຜະລິດ ພະນັກງານສົ່ງເສີມຕ້ອງເຮັດໜ້າທີ່ຝຶກອົບຮົມ-ຊຸກຍູ້ສົ່ງເສີມຢ່າງຮອບດ້ານ ແລະໃຫ້ມີການກວດກາດ ແລະປະເມີນໃນແຕ່ລະໄລຍະ ແລ້ວລາຍງານໃຫ້ຫ້ອງການກະສິກຳ ແລະປ່າໄມ້ເມືອງຢ່າງມີລະບົບ ເພື່ອໃຫ້ເກີດມີລະບົບການສົ່ງເສີມຂັ້ນບ້ານ.
2.7. ລະບົບການສົ່ງເສີມຂັ້ນບ້ານ.
ແມ່ນຮູບແບບການຈັດຕັ້ງວຽກງານສົ່ງເສີມກະສິກຳຢ່າງໜຶ່ງທີ່ສາມາດເຄື່ອນໄຫວພາຍໃຕ້ການເປັນເຈົ້າການ ໃນການຄຸ້ມຄອງຂອງອຳນາດກາປົກຄອງບ້ານ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຊາວກະສິກອນທີ່ຕ້ອງການ ການບໍລິການທາງວິຊາການເຊັ້ນ: ປະເພດການບໍລິການ, ວິທີການ ແລະລະດັບການໃຫ້ບໍລິການຮ່ວມທາງເຕັກນິກ, ເຕັກໂນໂລຊີ ແລະປັດໃຈຕ່າງໆ.
Ø  ລະບົບການສົ່ງເສີມ.
ນະໂຍບາຍໃນການພັດທະນາເສດຖະກິດ-ສັງຄົມຂອງພັກແລະລັດ ແລະການສ້າງໃຫ້ບ້ານມີຕາໜ່າງການສົ່ງເສີມທີ່ສາມາດເຄື່ອນໄຫວເອົາເອງ. ດັ່ງນັ້ນຈຶ່ງເປັນຄວາມຈຳເປັນພາວະວິໄສໃນວຽກງານສົ່ງເສີມ.


Ø  ອົງປະກອບ.
1.   ຕາໜ່າງການສົ່ງເສີມລະດັບບ້ານ.
2.   ການສະຫນັບສະໜູນ.
3.   ກອງທຶນ.