Monday, January 16, 2017

ວຽກບ້ານ2 ຫົວຂໍ້: ການປູກຜັກປອດສານພິດ( ຜັກສະຫຼັດ)

ຫົວຂໍ້: ການປູກພືດປອດສານພິດ(ປູກຜັກສະລັດ) ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ການຂຽນແຜນທັດສະນະສຶກສາ
  I.    ຂັ້ນຕອນກະກຽມ ແລະ ວາງແຜນ, ກຳນົດຈຸດປະສົງໃຫ້ສອດຄ່ອງ
1.  ຈຸດປະສົງ
     - ເພື່ອສຶກສາວິທີການ ແລະ ການຈະເລີນເຕີບໂຕຂອງການປູກພືດ (ປູກຜັກສະລັດ) ແລະ ລົງ  ສົ່ງເສີມເຕັກນິກວິທິການຜະລິດ.
    - ເພື່ອສຶກສາຜົນກະທົບທີມາທຳລາຍຜັກສະລັດ ແລະ ໃຫ້ຄຳແນະນຳເຖິງວິທີການແກ້ໄຂ.
    - ເພື່ອສຶກສາການສົ່ງສິນຄ້າອອກສູ່ຕະຫຼາດ.
2.  ການກະກຽມຂໍ້ມູນເບື້ອງຕົ້ນຂອງສະຖານທີ
ແບບຟອມສອບຖາມ
1.   ການປູກພືດປອດສານພິດຂອງຄອບຄົວທ່ານມີຈັກໄລຍະ/ປີ?
2.   ການກະກຽມດິນ, ກະກຽມພື້ນທີ, ການກະກຽມພັນພືດທ່ານມີວິທີການແນວໃດ?
3.   ໜານທີ່ທ່ານຂຸດມີຂະໜາດກວ້າງ ແລະ ຍາວເທົ່າໃດ?
4.   ການຈະເລີນເຕີບໂຕຂອງພືດປອດສານພິດ ແຕ່ລະໄລຍະເປັນແນວໃດ?
5.   ການປູກຜັກສະລັດໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວເດືອນໜຶ່ງປະມານເທົ່າໃດ?
6.   ມີສັດຕູພືດ ແລະ ສັດຊະນິດໃດທີ່ເຂົ້າມາທຳລາຍພືດຂອງທ່ານ? ສັດ ຫຼື ພະຍາດມັກເຂົ້າມາທຳລາຍຜັກໃນຊ່ວງເດືອນໃດຫຼາຍທີສຸດ?
7.   ທ່ານມີວິທີການສົ່ງຜັກອອກຈຳໜ່າຍ ຫຼື ສົ່ງສິນຄ້າອອກຕະຫຼາດແນວໃດ?
8.   ທ່ານມີວິທີແກ້ໄຂ ແລະ ບົວລະບັດຮັກສາພືດແນວໃດແດ່?
ໃນນາມເປັນນັກສົ່ງເສີມຈະມີຄູ່ມືການສົ່ງເສີມກະສິກຳ
1.   ຄູ່ມືການໃຫ້ຄຳແນະນຳທາງດ້ານການປູກພືດ
2.   ຄູ່ມືການແກ້ໄຂສັດຕູພືດ
ນອກຈາກນີ້ໃນນາມວິຊາການ ຈະໃຫ້ຄຳແນະນຳ ແລະ ອະທິບາຍວິທີປູກວ່າເຮັດແນວໃດ?



3.ດຳເນີນການວາງແຜນ
·         ແຜນຜູ້ເຂົ້າຮ່ວມ
ໃນການໄປທັດສະນະສຶກສາຄັ້ງນີ້ແມ່ນມີນັກສຶກສາ 15 ຄົນໂດຍຈະມີການຄັດເອົາຈຳນວນນັກສຶກສາພາຍໃນຫ້ອງ ແລະ ມີ ນາຍບ້ານ 1 ທ່ານ, ອຳນາດການປົກຄອງບ້ານ 2 ທ່ານ, ເຈົ້າຂອງສວນ 1 ທ່ານ ລວມທັງໜົດມີ 19 ທ່ານ.
·         ແຜນອຸປະກອນ
ອຸປະກອນທີໄປທັດສະນະສຶກສາປະກອບມີ: ແບບຟ້ອມສຳພາດ, ປຶ້ມບັນທຶກ, ເຈ້ຍ, ກ໋ອງຖ່າຍຮູບ ແລະ ອຸປະກອນທີສຳຄັນອື່ນໆ.
·         ແຜນງົບປະມານ
ລ/ດ
ລາຍການ
ຈຳນວນ
ລາຄາ
ລວມ
1
ຄ່າເດີນທາງໄປ ແລະ ກັບ
15 ຄົນ
20.000
300.000
2
ອັດຕາກິນພາກສະໜາມ 1 ມື້
15 ຄົນ
30.000
450.000
3
ບິກ
2 ກັບ
15.000
30.000
4
ເຈ້ຍ
1 ຕັບ
40.0000
40.000
5
ປຶ້ມບັນທຶກ
1 ຫົວ
10.000
10.000
6
ເງິນແຮສຸກເສີນ
15 ຄົນ
50.000
750.000
7
ຄ່າລົດໄປທັດສະນະ
1 ຄັນ
100.000
100.000
ລວມ
1.680.000







·         ແຜນການເດີນທາງ
ການເດີນທາງແມ່ນເລີ່ມໄປ 7:30-8:00 ໃຊ້ເວລາລົງຢ້ຽມຢາມຈໍານວນ 1 ມື້.
ເວລາ
ລາຍການ
ຜູ້ຮັບຜິດຊອບ
7:30-8:00
ເລີ່ມອອກຈາກຄະນະວິທະຍາສາດປ່າໄມ້ໄປຫາສວນປູກພືດປອດສານພິດ
ລົດນຳພາໄປ
8:00-9:00
ສອບຖາມຂໍ້ມູນພາຍໃນບ້ານທີປູກຜັກປອດສານຜິດມີຈັກຄອບຄົວ?.....
ນາຍບ້ານ
9:00-11:00
ເລີ່ມສອບຖາມການກະກຽມດິນ, ພື້ນທີ, ພັນພືດ, ການລົງປູກ
ເຈົ້າຂອງສວນ
11:00-12:00
ພັກກິນເຂົ້າທ່ຽງ
ເຈົ້າຂອງສວນ
13:00-14:00
ການຈະເລີນເຕີບໂຕຂອງພືດໃນແຕ່ລະໄລຍະ
ເຈົ້າຂອງສວນ
14:00-16:00
ລົງກວດກາພະຍາດທີເຂົ້າມາທຳລາຍຜັກ
ເຈົ້າຂອງສວນ
16:00-16:30
ເດີນທາງກັບຄະນະວິທະຍາສາດປ່າໄມ້
ລົດນຳພາກັບ
·         ການແບ່ງໜ້າວຽກ
ພາຍໃນກຸ່ມມີຈຳນວນ 15 ຄົນດັ່ງນີ້: 5 ຄົນເປັນຄົນສອບຖາມ, 5 ຄົນເປັນຄົນບັນທຶກ, 5 ຄົນຟັງການສອບຖາມແຕ່ລະຈຸດ ຖ້າຂາດຕົກບົກຜ່ອງແມ່ນສາມາດຖາມຕື່ມໄດ້.
 II.    ດຳເນີນການທັດສະນະສຶກສາ.
ເວລາຮອດສະຖານບ້ານແລ້ວລົງສອບຖາມນາຍບ້ານ, ໃຫ້ນາຍບ້ານອະທິບາຍກ່ຽວກັບຄອບຄົວທີ່ປູກຜັກສະລັດ ວ່າມີຈັກຄອບຄົວ? ທີ່ໄດ້ສ້າງເສດຖະກິດ ຫຼື ລາຍຮັບມາໃຫ້ປະຊາຊົນພາຍໃນບ້ານ,ຫຼັງຈາກນັ້ນໃຫ້ນາຍບ້ານ ນຳພາໄປຫາແຕ່ລະຄອບຄົວທີ່ປູກຜັກປອດສານພິດ 5 ຄົນທີ່ຖາມຈະຍ້າຍແບບຟ້ອມໃຫ້ແກ່ຄອບຄົວທີ່ປູກຜັກ ແລະ  5 ຄົນສອບຖາມເພີ່ມຕື່ມ 5 ຄົນທີບັນທຶກກໍ່ເລີ່ມບັນທຶກຕາມການວາງແຜນ.




III.    ການສະຫຼຸບ ແລະ ປະເມີນຜົນ
3.1.   ການສະຫຼຸບ
ພາຍຫຼັງໃນການສົນທະນາ ຫຼື ສອບຖາມໃນການທັດສະນະສຶກສາແມ່ນໄດ້ຮັບຜົນດີໃນການທັດສະນະຄັ້ງນີ້, ໄດ້ຂໍ້ມູນຕາມການວາງແຜນມາຂ້າງເທິງຢ່າງຄົບຖ້ວນ, ນອກຈາກນີ້ ແມ່ນໄດ້ບົດຮຽນເພີ່ມອີກຫຼາຍຢ່າງເຊັ່ນ: ວິທີການສອບຖາມ ແລະ ລົງສຳພັດຕົວຈິງແມ່ນຮູ້ວິທີການປູກຜັກສະລັດຢ່າງຖືກວິທີ, ການຈະເລີນເຕີບໂຕໄວ ເພື່ອນຳລາຍຮັບມາໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ມີການປົກປັກຮັກສາບໍ່ໃຫ້ເກີດພະຍາດອີກດ້ວຍ.
3.2.   ການປະເມີນຜົນ
ແມ່ນໄດ້ມີການຕັ້ງກຸ່ມສົນທະນາ ເພື່ອມີການທອດຖອນບົດຮຽນທີ່ແຕ່ລະຄົນໄດ້ຮັບມາໃນການສອບຖາມ ແລະ ລົງປະຕິບັດຕົວຈິງ ເພື່ອເປັນການແລກປ່ຽນບົດຮຽນຮ່ວມກັນ ໄດ້ມີການອອກຄຳຄິດຄຳຄິດ ແລະ ໂອ້ລົມກັນວ່າໃນການທັດສະນະຄັ້ງນີ້ ແມ່ນມີບົດຮຽນອັນລ້ຳຄ່າ ແລະ ສາມາດນຳໄປໃຊ້ໃນຄົວເຮືອນຂອງພວກເຮົາທຸກຄົນ ເພື່ອໃຊ້ໃນຊີວິດປະຈຳວັນ ນອກຈາກນີ້ ແມ່ນໄດ້ຮັບຄວາມມ່ວນຊື່ນ ແລະ ຮູ້ສຶກເປັນມິດຕໍ່ ປະຊາຊົນພາຍໃນບ້ານ.

  ລາຍຊື່
ນາງ ອັດສະພອນ ກັດຕິຍະລາດ
ນາງ ສາຍພອນ ອ່ອນມະນີວົງ
ຫ້ອງ Bsc 4/4.5

No comments:

Post a Comment