ສຸຂະພາບທີດີຄືຄວາມຕ້ອງການທຸກຄົນ
ຜັກປອດສານພິດ ( ຜັກສະລັດ )
ຄຸນປະໂຫຍດຜັກສະລັດ:
- ຊ່ວຍເປັນອາຫານທີກິນໄດ້ທັງເຊົ້າ,ສວຍ,ແລງ.
- ຊ່ວຍຫຼຸດນໍ້າໜັກ, ຄວບຄຸມນໍ້າໜັກໄດ້ດີ.
- ມີຄຸນຄ່າໂພສະນາການທີສູງ: ປະກອບດ້ວຍວິຕາມິນບີ, ວິຕາມິນຊີ, ບີຕ້າແຄ,ໂຣທິນ
- ຊ່ວຍຫຼຸດຄວາມດັນ
ຜັກສະລັດທີປອດສານພິດເປັນຜັກທີມີຄຸນນະພາບບໍ່ມີສານຕົກຄ້າງມີຄວາມປອດໄພຕໍ່ຜູ້ບໍລິໂພກ,ຊ່ວຍໃຫ້ມີສຸຂະພາບທີດີ ແລະ ຮ່າງກາຍແຂງແຮງ ອີກຢ່າງໜຶ່ງການປູກຜັກປອດສານພິດມີສຸຂະອານາໄມທີດີຕໍ່ຊາວສວນບໍ່ມີການຊີດພົ່ນສານເຄມີປ້ອງກັນ ແລະ ກຳຈັດສັດຕູພືດ.
ວິທີການປູກຜັກ:
1. ກຽມສະຖານ,ຂຸດໜານຕາມທີເໜາະສົມກັບສະຖານທີຕາກແດດປະມານ 1-2 ມື້ຫຼັງຈາກນັ້ນກໍ່ຫວ້ານເມັດຜັກ, ຫົດນໍ້າເຊົ້າ-ແລງ,ປະມານ ນຶ່ງອາທິດຜັກເລີ່ມແຕກງອກ.
2. ຂຸດໜານເພີ່ມອີກເພື່ອຈະບົ່ງຜັກທີເຮົາຫວ້ານແກ່ນ ພາຍຫຼັງບົ່ງແລ້ວ,ຫົດແລ້ວໄລຍະ 2-3 ມື້ທໍາອິດທຸກເທື່ອຕ້ອງໄດ້ມີແນວມາປົກກ່ອນເພາະຜັກຍັງບໍ່ທັນໄດ້ຮັບແສງແດດໄດ້ຫຼາຍ ແລະ ຍັງບໍ່ທັນແຂງແຮງ.
3. ໄລຍະປູກໄດ້ 1-2 ອາທິດເຮົາສາມາດເອົາຝຸ່ນຄອກທີ່ເຮົາກຽມໄວ້ມາໃສ່ໄດ້ ເພາະຊ່ວງນີ້ຜັກກຳລັງຈະເລີນເຕີບໂຕໄດ້ດີ.
4. ໄລຍະການປູກໄດ້ 3 ອາທິດສາມາດນໍາມາຮັບປະທານໄດ້ເລີຍ.
ຜັກສະລັດມີຢູ່ 2 ຊະນິດຄື:
1. ຜັກສະລັດເຮດີຊີໂອ(Radicchio)ມີສີຂຽວ ແລະ ສີແດງອົມມ່ວງເປັນຜັກທີມີວິຕາມິນຊີສູງ,ມີຄວາມກອບເປັນທີນິຍົມຮັບປະທານ
2. ຜັກສະລັດຄອດເປັນຜັກສະລັດອັນດັບໜຶ່ງທີນິຍົມກັນຮັບປະທານ
ສຸຂະພາບແຂງແຮງຄອບຄົວຂອງພວກເຮົາກໍ່ມີຄວາມສຸກ
No comments:
Post a Comment